ຍາມໃດນໍ ?…ນ້ອງຈຶງຈະໄດ້ພົບຄວາມຮັກ ທີ່ແທ້ຈິງ
ຄວາມຮັກທີ່ແທ້ຈິງ ແມ່ນຄວາມຮັກແນວໃດ ? ແລະ ເກີດຂື້ນໃນເວລາໃດ ? …ໄວໜຸ່ມຍີງຜູ້ທີ່ ບໍ່ເຄີຍສໍາຜັດຄວາມຮັກ ແລະ ບໍ່ເຄີຍມີຄວາມຮັກ ທີ່ແທ້ຈິງ ..ກໍ່ມັກຄໍ່າຄວນ ຫວນຫາ ເລື້ອຍໆ, ບາງຄົນຄິດ ເຫັນໂຊກຊະຕາຕົນເອງ ແລະ ລັກຮ້ອງໄຫ້ ຢູ່ໃນຫ້ອງຄົນດຽວ …ຜູ້ຂຽນເຂົ້າໃຈຄວາມຮູ້ສຶກດັ່ງກ່າວດີ… ເບີ່ງໄປແລ້ວ ຄືບໍ່ມີຄວາມຍຸຕິທໍາ ສໍາລັບຜູ້ຍີງຄົນໜື່ງ ທີ່ຕ້ອງການເຮັດສີ່ງດີ ໆ ແລະ ມີຄວາມຊືສັດຊື່ກົງຕໍ່ຄວາມຮັກ…ເພື່ອຢາກພົບຄົນຮັກ ທີ່ແທ້ຈິງ …
ຜູ້ຍີງຄົນໜື່ງມີຄວາມຕັ້ງໃຈ ຢາກມີຜູ້ຊາຍພຽງຄົນດຽວໃນຊີວິດ ແລະ ຢາກໃຫ້ຜູ້ຊາຍຄົນນັ້ນ ມີຄວາມຮັກຕອບຄືນ ດ້ວຍການ ມີຜູ້ຍິງຄົນດຽວໃນຊີວິດ ,ແຕ່ ຍັງບໍ່ສາມາດເຮັດໄດ້…ຈົນເວລາຜ່ານໄປ ກໍ່ຍັງຍຶດຖືຄວາມຕັ້ງໃຈເຊັ່ນເດີມບໍ່ປ່ຽນແປງ …ເມື່ອອາຍຸສູງຂື້ນ ກໍ່ຍີ່ງເພີມ ຄວາມ ຕໍ່າຄ້ອຍນ້ອຍໃຈ ໃຫ້ໂຊກຊະຕາຕົນເອງ …ເປັນຫຍັງຈື່ງເປັນແນວນັ້ນ ? ເປັນຫຍັງ ຜູ້ຍີງທີ່ດີໆ ຈື່ງບໍ່ພໍ້ຄົນຮັກທີ່ດີ ໆ
ນ້ອງ Z (ນາມສົມມຸດ) ອາຍຸ 28 ປີ , ໂທມາທັກທາຍ ຜູ້ຂຽນ ດ້ວຍ ສຽງຫົວ (ແບບຜູ້ຍິງມັກມວ່ນ) ແລະ ສຸດທ້າຍ ກໍ່ລົງທ້າຍ ດ້ວຍ ສຽງສະອື້ນເບົາໆ ທີ ສາມາດຍິນໄດ້ຜ່ານມືຖື …ມັນກໍ່ແມ່ນເລື່ອງ ໂຊກຊະຕາຊີວິດທີ່ບໍ່ລິຂິດໃຫ້ນ້ອງໄດ້ພົບກັບຜູ້ຊາຍດີ ໆ ຈັກເທື່ອ…
ນ້ອງZ ບອກວ່າ ໃນຄວາມເປັນຈິງ ນ້ອງເປັນຄົນ ທີ່ເຂົ້າກັບຄົນໄດ້ງ່າຍ, ມັກເວົ້ານົວຫົວມວ່ນ ນ້ອງຮູ້ຈັກກັບຜູ້ຊາຍຫຼາຍຄົນ, ເປັນຄົນກວ້າງຂວາງໃນສັງຄົມ, ການພົວພັນກັບຜູ້ຊາຍສ່ວນຫຼາຍແມ່ນ ໃນຖານະ ໝູ່ເພື່ອນ, ແລະ ພົວພັນກັນໃນໜ້າທີ່ວຽກງານ ແຕ່ ຈະມີຜູ້ຊາຍ ແບບຈິງໃຈທີ່ຈະເປັນແຟນແທ້ ໆ ແມ່ນບໍ່ມີ…
ຜູ້ຂຽນ ເຄີຍໄດ້ຮັບໂທລະສັບ ຈາກໄວໜຸ່ມຍິງຫຼາຍຄົນ , ມີ ຜູ້ຍິງບາງຄົນ ເປັນຄົນງາມ , ມີຖານະຕໍ່າແໜງດີ …ແຕ່ ບໍ່ມີຄວາມສາມາດທີ່ ຈະມີຜູ້ຊາຍດີໆ ໄວ້ ຄອບຄອງ ….ເຊື່ງອາດ ຈະຢູ່ໃນສະພາບຄ້າຍຄືນ້ອງZ …
ນ້ອງຄວນເບີ່ງຕົນເອງຄືນ …ຜູ້ຍິງໃນຍາມຍັງໜຸ່ມສີ່ງສໍາຄັນ ທີ່ສຸດແມ່ນຄວາມງາມ , ໜ້າຕາ ແລະ ມີຮ່າງກາຍ ທີ່ງົດງາມ, (ບໍ່ຈ່ອຍ ບໍ່ຕຸ້ຍເກີນໄປ ຕ້ອງ “ຟີດ” ຕົນເອງໃຫ້ຮ່າງກາຍງາມ), ເພາະຜູ້ຊາຍ ໃນເວລາຍັງໜຸ່ມ ຕ້ອງການຄວາມງາມ ຈາກຜູ້ຍິງ ເປັນບຸລິມະສິດ ຕົ້ນຕໍ, ຖັດຈາກນັ້ນ ຈື່ງແມ່ນ ນິໄສ, ການເວົ້າຈາ, ຖານະ, ຄວາມທັນສະໄໝ…ແລະ ອື່ນໆ (ຍົກເວັ້ນໄວທອງອາດຈະຮັກອີກແບບໜື່ງ)
ຜູ້ຊາຍບາງຄົນ ກໍ່ມີຄວາມຕ້ອງການ ຢາກມີຄວາມຮັກໃຫ້ຜູ້ຍິງຄົນດຽວ ໃນຊີວິດ, ແຕ່ກໍ່ບໍ່ສາມາດເຮັດໄດ້ ຈື່ງຕ້ອງມີຜູ້ຍິງ ຄົນອື່ນ ມາກ່ອນ ຈື່ງ ມາພົບຜູ້ຍິງທີ່ຕ້ອງການ …ດັ່ງນັ້ນ ນ້ອງZບໍ່ຄວນ ຈະຜູກມັດຊີວິດ ຂອງຕົນເອງ ດວ້ຍ ການ ຢາກມີຄວາມຮັກ ກັບຜູ້ຊາຍ ທີ່ມີຄວາມຮັກທີແທ້ຈິງເປັນຜູ້ທໍາອິດ ແລະ ເປັນຄົນສຸດທ້າຍ … ເພາະໃນໂລກນີ້ຍັງບໍ່ມີເຄື່ອງວັດແທກຈິດໃຈ ຂອງຄົນໄດ້ ..ຜູ້ຊາຍບາງຄົນ ເບີ່ງຄືເປັນຄົນທີ່ບໍ່ໜ້າເຊື່ອຖື … ແຕ່ ໃຊ້ເວລາສືກສາກັນເລິກເຊິງ ຈື່ງຮູ້ວ່າ ເຂົາເປັນຜູ້ຊາຍທີ່ມີຄວາມຈິງໃຈ ແລະ ຮັກດຽວໃຈດຽວ ….
ດັ່ງນັ້ນ, ການຮູ້ຈັກເວົ້າ,ຈັກລົມ ກັບຜູ້ຊາຍ, ຫຼືການທີ່ນ້ອງພະຍາມພົວພັນກັບຜູ້ຊາຍທີ່ດີໆ, ບໍ່ໝາຍ ຄວາມວ່າການກະທໍາດັ່ງກ່າວຈະເຮັດໃຫ້ຜູ້ຊາຍສົນໃຈ ແລະ ຮູ້ວ່ານ້ອງເປັນຜູ້ຍິງທີ່ດີ, ກົງກັນຂ້າມ ອາດຈະເຮັດໃຫ້ຜູ້ຊາຍບາງຄົນຕີລາຄາວ່າ ນ້ອງ ເຄີຍມີຜູ້ຊາຍຫຼາຍຄົນ , ແລະ ມີຜູ້ຊາຍ ທີ່ດີ ໆໄວ້ໃນໃຈ ດັ່ງນັ້ນ ຈື່ງບໍ່ມີຜູ້ສົນໃຈ , ເວົ້າແນວນີ້ ບໍ່ໄດ້ໝາຍຄວາມວ່າ ຈະໃຫ້ ນ້ອງຄົບຫາກັບຜູ້ຊາຍທີ່ບໍ່ດີ , ແຕ່ ຢາກໃຫ້ ນ້ອງ ຮູ້ ຈັກກັບຜູ້ຊາຍຫຼາຍປະເພດ ຫຼາຍລະດັບ , ເພາະຜູ້ຊາຍດີໆ ບາງເທື່ອ ກໍ່ປົນເປຢູ່ກັບຜູ້ຊາຍ ມັກຫຼີ້ນ ມັກກິນກໍ່ມີ , ຜູ້ຊາຍດີ ອາດ ເຮັດໄປຕາມຂະບວນ ຂອງກຸ່ມຜູ້ຊາຍຊື່ໆ ແຕ່ໃນຕົວໃຈ ເຂົາເປັນຜູ້ຊາຍທີ່ດີ ,ຮັກດຽວໃຈດຽວ ,ເພີ່ນຍັງເວົ້າວ່າ “ເພັດງາມບາງເທື່ອ ອາດຈະຊ້ອນຢູ່ໃນຕົົມ”
ເອົາລະ ! ມີຫຍັງ ອາດຈະລົມກັນ ຜ່ານໂທລະສັບຕື່ມ ເນາະ ! ເພາະມີບາງອັນບໍ່ສາມາດຈະບອກຜ່ານ ໜັງສືພີມໄດ້ ….ສະບັບໜ້າພົບກັນໃໝ່ !
Comments(02)
Leave a Reply
You must be logged in to post a comment.
ໃນຄວາມຄິດຂອງນ້ອງແມ່ນ: *ຄົນເຮົາຈະມີຄວາມຮັກໄດ້ບາງຢ່າງກໍ່ຂຶ້ນກັບໂຊກຊະຕາຢ່າງໜຶ່ງກໍ່ຂຶ້ນຫົວໃຈຂອງຕົວເອງ,ເຮົາບໍ່ຄວນລົມກັນຫຼືຄົບກັນດ້ວຍໜ້າຕາກໍ່ໄດ້ ພຽງແຕ່ເຮົາຮູ້ນິໄສແລະມີຈິດໃຈທີ່ດີ່ຕໍ່ກັນກໍພຽງພໍແລ້ວ,*
ໃນຄວາມຄິດຂອງນ້ອງແມ່ນ: *ຄົນເຮົາຈະມີຄວາມຮັກໄດ້ບາງຢ່າງກໍ່ຂຶ້ນກັບໂຊກຊະຕາຢ່າງໜຶ່ງກໍ່ຂຶ້ນຫົວໃຈຂອງຕົວເອງ,ເຮົາບໍ່ຄວນລົມກັນຫຼືຄົບກັນດ້ວຍໜ້າຕາກໍ່ໄດ້ ພຽງແຕ່ເຮົາຮູ້ນິໄສແລະມີຈິດໃຈທີ່ດີ່ຕໍ່ກັນກໍພຽງພໍແລ້ວ,*