ຖົງຢາງ ອະນາໄມ ຂາດ !!!
ບໍ່ແມ່ນນັກຫຼີ້ນ ສາວ ແຕ່ດົນໆ ກໍ່ມີເທື່ອໜື່ງ ແຮະ ແຮະ ! ..ຕາມພາສາຜູ້ຊາຍ, ຕາມເທັກຕາມບາ ຖ້າມີໂອກາດ ກໍ່ແມ່ນ ຈັດການໂລດລະ !!!
ນ້ອງຊາຍ S ໂທມາຫາຜູ້ຂຽນ ແຕ່ເຊົ້າໆ ລົມກັນແບບສາຍຟ້າແລບ, ບອກວ່າ ມື້ຄືນຜ່ານມາ ບັງເອີນ ໄດ້ພາສາວ ຄົນໜື່ງໄປມີຄວາມສໍາພັນ ທາງເພດ ແບບລັບໆ….ໃນໄລຍະຂອງການມີຄວາມສຸກ ບັງເອີນ ຖົງຢາງອະມາໄມຂາດ, ບໍ່ມີຖົງສໍາຮອງ ຖ້າຈະອອກມາຊື້ ກໍ່ເສຍບັນຍາກາດ.. ກໍ່ເລີຍປ່ອຍໃຈໄປຕາມກະແສ ຂອງຄວາມສຸກ …
ພໍຕື່ນເຊົ້າມາ… ຄຶດຢ້ອນຫຼັງ ຈື່ງ ຄຶດສະເດືອກ ເຖີງ ຄວາມສຸກທີ່ເຕັມໄປດ້ວຍຄວາມສ່ຽງ ເພາະນ້ອງເຄີຍໄດ້ ຮຽນ ກ່ຽວກັບ ວິທີການປ້ອງກັນໂລດ ເອດ ແລະ ພຕພ, ກ່ອນການມີເພດສໍາພັນ ນ້ອງ ກໍໄດ້ເບີ່ງ ກ່ອງຖົງຢາງອະນາໄມຄັກແນ່ ວ່າຍັງບໍ່ໝົດກໍານົດ, ແຕ່ບໍ່ຮູ້ວ່າ ເປັນແນວໃດ ຖົງຢາງອະນາໄມ ຂາດ ໃນໄລຍະທີມີຄວາມສຸກ ໃນເວລນັ້ນ ບໍ່ໄດ້ຄຶດເລືອກ ໂລກ ເອດ ແລະ ພຕພ …ໃນສະໝອງ ມີແຕ່ຄວາມສຸກແນວດຽວ !!!
ນ້ອງ S ຖາມວ່າ ນ້ອງຈະຕິດໂລກເອດ ບໍ່? ພຽງແຕ່ຄັ້ງດຽວ ທີ່ພາດ ແລະ ຜູ້ສາວ ກໍ່ບອກວ່າ ນາງບໍ່ມີເຊື້ອ ໂລກເອດ
ຜູ້ຂຽນ ຂໍສະແດງຄວາມ ຂອບໃຈ ທີ່ນ້ອງ S ມີຄວາມຕັ້ງໃຈໂທມາຫາ ແລະ ເວົ້າແບບເປີດເຜີຍ, ນ້ອງ ແມ່ນຜູ້ຊາຍຄົນທີ່ 3 ຂອງປີ ແລະ ເປັນຄົນທໍາອິດຂອງປີນີ້ ທີ່ໃຊ້ໂທລະສັບ ໂທຫາ, ເພາະໄວໜຸ່ມທີ່ ໃຫ້ການສົນທະນາສວ່ນໃຫຍ່ ແມ່ນໃຊ້ ວອດແອັບ
ນ້ອງ S ຍັງບອກວ່າ ຫາກໍ່ມີເພດສໍາພັນຄືນຜ່ານມາ ດັ່ງນັ້ນຖ້າໄປກວດ ຈະທັັນ ປ້ອງກັນບໍ່? ຜູ້ຂຽນ ກໍ່ຮູ້ເລື່ອງການປ້ອງກັນໂລກເອດ ດີສົມຄວນ, ເພາະໄດ້ເຮັດວຽກ ໃນເລື່ອງນີ້ ມາໄລຍະໜື່ງ ແຕ່ ເພື່ອຄວາມໝັ້ນໃຈ ຜູ້ຂຽນ ຈື່ງໄດ້ຕິດຕໍ່ຫາ ທ່ານໜໍ ທີ່ເຮັດວຽກ ໃນດ້ານນີ້ ສະເພາະ ເພີ່ນບອກວ່າ ດັ່ງນີ້:
ເຖີງແມ່ນວ່າ ຖົງຢາງອະນາໄມ ບໍ່ທັນໝົດອາຍຸ ແຕ່ ບ່ອນທີ່ເກັບມ້ຽນ ຖົງຢາງອະນາໄມ ຖ້າຮ້ອນເກີນໄປ ຫຼື ຖ້າ ໄວ້ບ່ອນທີ່ມີການໜີບເຕັງ ໜັກເກີນໄປ… ເວລາ ໃຊ້ ອາດ ຈະ ມີການ ຈີກຂາດ, ເຊິ່ງອາດ ຈະບວກໃສ່ກັບກໍລະນີ ອະໄວຍະເພດ ທີ່ ໃຫຍ່ ເກີນຂະໜາດ ຂອງຖົງຢາງ, ຫຼື ການມີເພດສໍາພັນທີ່ມີຄວາມຮຸນແຮງ ເກີນປົກກະຕິ (ຊາດິດ)
ຫຼື ໃນຕອນທີ່ໃສ່ ອາດຈະມີການຖືກຂອງແຫຼມຄົມ ອັນໃດໜື່ງທີ່ເຮັດ ໃຫ້ ຖົງຢາງອະນາໄມມີຮອຍບາດ ແລະ ເວລາໃສ່ ມີເພດສໍາພັນທີ່ມີການສຽດສີ ແຮງເກີນໄປ ກໍ່ອາດຈະເຮັດໃຫ້ຂາດ ໄດ້
ຂໍ້ແນະນໍາທັງໝົດນັ້ນ ແມ່ນມາຈາກ ທ່ານໝໍຜູ້ສໍ່ານານງານທາງດ້ານນີ້, ເພື່ອນ້ອງ S ຈະໄດ້ມີໝົດຮຽນ ໃນຕໍ່ໜ້າ ຫຼື ທ່່ານຜູ້ອ່ານ ແລະໄວໜຸ່ມ ກໍ່ສາມາດຮຽນໄວ້ເປັນຂໍ້ມູນ ເພື່ອປ້ອງກັນຕົນເອງ… ທ່ານໝໍ ຍັງໄດ້ແນະນໍາ ຄວນໄປກວດເລືອດ ດ່ວນ ບໍ່ຕ້ອງອາຍເພາະແພດທຸດທ່ານມີຈັນຍາປັນໃນການ ປິດເປັນຄວາມລັບ ທຸກຢ່າງ … ການມີເພດສໍາພັນ ກັບຜູ້ມີເຊື້ອ ເຖີງຈະເປັນຄັງທໍາອິດ ແລະ ມີເພດສໍາພັນພຽງຄັ້ງດຽວ ກໍ່ສາມາດຕິດໄດ້ … ຖ້າການກວດເລືອດພົບວ່າ ນ້ອງ S ມີເຊື້ອ ໂລກເອດ! ກໍ່ບໍ່ຄວນ ຕື່ນຕົກໃຈ ຫຼື ເສຍໃຈ ຈົນໝົດຫວັງໃນຊີວິດ ເພາະ ຖ້າເຮົາກີນຢາ ແລະ ຮັກສາສຸຂະພາບ ຕາມການແນະນໍາຂອງແພດ ນ້ອງກໍ່ ເປັນຄົນແບບທົ່ວໄປ
ຄໍາຖາມ ອີກ ອັນໜື່ງທີ່ນ້ອງ S ຖາມ ຜູ້ຂຽນ ແມ່ນ ຖ້າຕ້ອງຕິດເຊື້ອນ້ອງ ຈະສາມາດ ມີເພດສໍາພັນ ແລະ ມີລູກໄດ້ຫຼື ບໍ່ ? ເພາະ ນ້ອງບໍ່ທັນມີເມຍ
ທ່ານໝໍ ເພີ່ນຕອບວ່າ ນ້ອງສາມາດມີເພດສໍາພັນ ໄດ້ ແຕ່ ທຸກຄັ້ງຕ້ອງໃຊ້ຖົງຢາງອະນາໄມ ແລະ ຕ້ອງກວດຖົງຢາງອະນາໄມໃຫ້ດີ … ສໍາລັບການມີລູກ ຖ້າ ນ້ອງໃຊ້ຖົງຢາງອະນາໄມທຸກຄັ້ງມີເພດສໍາພັນ ກໍ່ສະແດງວ່າ ນ້ອງບໍ່ສາມາດມີລູກ … ເລື່ອງນີ້ ທ່ານໝໍບອກວ່າ ໃຫ້ ໄປປືກສາກັບ ທ່ານໝໍ ບ່ອນທີ່ນ້ອງໄປກວດເລືອດຈະໄດ້ລາຍລະອຽດດີກວ່າ
ເອົາລະ ! ເອົາລະ ! ໃນຄວາມເປັນຈິງ ຜູ້ຂຽນ ແມ່ນ ຮັບການສົນທະນາ ສະເພາະແຕ່ໃນເລື່ອງຂອງຄວາມຮັກ ແຕ່ໃນເທື່ອນີ້ ຕ້ອງໄດ້ໂຢະຍານ ກັນແດ່… ຄຶດວ່າ ການມີເພດສໍາພັນ ແລະ ຄວາມຮັກ ມັນກໍແມ່ນສີ່ງທີ່ກ່ຽວຂ້ອງກັນ… ແລະ ເລື່ອງນີ້ ຈະເປັນບົດຮຽນທີ່ດີສໍາລັບ ໄວໜຸ່ມ… ຄວາມຮັກ ບໍ່ຈໍາເປັນ ພີສູດດວ້ຍການມີເພດສໍາພັນກໍ່ໄດ້… ສີ່ງໜື່ງທີ່ພວກເຮົາຄວນລະວັງ ຄື: ພວກເຮົາມັກຄຶດວ່າ ແຟນຂອງເຮົາ ທີຮັກ ເຮົາຢ່າງສຸດໃຈ ແລະ ພູມໃຈມີເພດສໍາພັນກັບເຮົາ, ກໍລະນີນີ້ ແມ່ນໝັ້ນໃຈ ບໍ່ຕ້ອງໃສ່ຖົງຢາງ ກໍ່ໄດ້!!! ນີ້ ແມ່ນຄວາມເຂົ້າໃຈຜິດ !!! ມີຫຼາຍກໍລະນີທີ່ ຜູ້ຊາຍໄປຫຼີ້ນ ສາວກາງຄືນ ແຕ່ ບໍ່ເຄີຍມີ ພຕພ ແຕ່ພໍມີເພດສໍພັນ ກັບ ແຟນຕົນເອງ ກັບ ມີ ພຕພ … ເຊິ່ງບໍ່ຕ່າງຫຍັງກັບກໍລະນີ ຂອງໂລກເອດ ..ດັ່ງນັ້ນ ບໍ່ຄວນກວດກາພຽງແຕ່ ຖົງຢາງອະນາໄມ ຄູ່ທີ່ຈະນອນກັບເຮົາກໍ່ຕ້ອງໄດ້ກວດເຊັ່ນກັນ
ດັ່ງນັ້ນ ຕ້ອງລະວັງເນີ !!!
ສະຕິ ເປັນສີ່ງທີ່າສຳຄັນ ເພາະຫາກຂາດສະຕິ ເຫດການດັ່ງກ່າວອາດບໍ່ເກີດຂຶ້ນ
ທຸກຄັ້ງທີ່ຈະມີແພດສຳພັນ ຄວນມີການປ້ອງກັນທີ່ດີກ່ວານີ້ ບໍ່ແມ່ນຄິດຈະມີຄວາມສຸກຢ່າງດຽວ
ນ້ອງເອງອາຍຸ 29 ປີ, ເພດຍິງ ຄິດວ່າໃນກໍລະນີເຮົາຄວນໄປປຶກສາແພດເພື່ອຫາວິທີແກ້ໄຂໃຫ້ຖືກວິທີ ແລະ ບໍ່ຄວນໄປຮ່ວມເພດສຳພັນກັບໃຜຈົນກວ່າຜົນກວດເລືອດຈະອອກມາວ່າບໍ່ໄດ້ຕິດເຊື້ອເອດແລະພຕທ, ເວລາມີເພດສຳພັນທຸກຄັ້ງຕ້ອງໃສ່ຖົງຢາງອະນາໄມທຸກຄັ້ງ
ການທີ່ເຮົາມີເພດສຳພັນນັ້ນມັນກໍສ່ຽງຢູ່ແລ້ວແລະຖ້າເຮົາບໍ່ໃສ່ຖົງຢາງຫລືມັນຂາດນັ້ນຈະສ່ຽງສຳໃດ
ການທີ່ເຮົາມີເພດສຳພັນນັ້ນມັນກໍສ່ຽງຢູ່ແລ້ວ ແລະ ຖ້າເມື່ອເຮົາບໍ່ໃສ່ ຫລື ມັນຂາດນັ້ນຈະສ່ຽງສຳໃດ.ສະນັ້ນ,ເວລາທີ່ເຮົາຈະມີນັ້ນເຮົາຄວນທີ່ຈະກວດເບິ່ງໃຫ້ລະອຽດກ່ອນເພາະຖ້າຜິດພາດບັນຫາທີ່ຕາມມາອາດຈະເຮັດໃຫ້ເຮົາເສຍໃຈຕະຫລອດຊີວິດ
ເມື່ຶືຶອມີການຮ່ວມເພດກັບຄົນອື່ນເຮົາຕ້ອງປ້ອງກັນເພາະເຮົາບໍ່ຮູ້ວ່າຄົນນັ້ນຈະມີພະຍາດ ພຕພ ຫລືບໍ ເມື່ອເກີດຄວາມຜິດພາດຄືຖົງຢາງຂາດເຮົາຕ້ອງຂໍຄໍາປຶກສານຳຄົນທີ່ມີປະສົບ ແລະ ເຄີຍມີບັນຫາໃນເລື່ອງນີ້
ຫົວຂໍ້ດີຫລາຍຄິດວ່າຫຼາຍຄົນຄົງຈະພົບບັນຫາແບບນີ້ໃນຊີວິດຕອນມີຄວາມສຸກ555
*ຢາກໃຫ້ໄປກວດຢູ່ໂຮງໜໍເພື່ອຄວາມໜັ້ນໃຈແລະປອດໄພຕາມແພດແນະນໍາ*
*ຈົ່ງມີສະຕີ ກ່ອນສະຕັສ (ຖົງຢາງ )
*ຍາມຮັກກັນແມ່ນບໍ່ຈໍາເປັນຕ້ອງມີເຫດຜົນອັນໃດ
ແຕ່ເວລາທີ່ຈະເລີກກັນ ເຫດຜົນຊໍ້າພັດມີຫຼາຍແທ້*
1, ການມີເພດສໍາພັນຕ້ອງປ້ອງກັນກ່ອນຖ້າບໍ່ພ້ອມທີ່ຈະລູກ
2. ຄວນມີສະຕິກ່ອນຈະມີເພດສໍາທຸກຄັ້ງ
( ອາຍຸ 32 ປິ )
ນ້ອງອາຍຸ 29 ປີ, ເພດຍິງ ຄິດວ່າໃນກໍລະນີນີ້ ແມ່ນບໍ່ຄວນໄປມີເພດສຳພັນກັບໃຜຕໍ່ ແລະ ຄວນໄປປຶກສາແພດ ຈົນກວ່າຜົນກວດເລືອດຈະອອກມາວ່າບໍ່ໄດ້ຕິດເຊື້ອໃດໆ ແລະ ເວລາມີເພດສຳພັນທຸກຄັ້ງຕ້ອງໃສ່ຖົງຢາງອະນາໄມ ແລະ ບໍ່ໄປຮ່ວມເພດກັບຄົນທີ່ບໍ່ແມ່ນແຟນເດັດ.
ໄປເຮັດແນວໃດຄືໃຫ້ມັນຂາດ ເມື່ອເປັນໄປແລ້ວຄວນໄປປຶກສາແພດເນີ ຢ່າລໍຖ້າເນີ
1, ຄວນມີການປ້ອງກັນທຸກຄັ້ງກ່ອນມີເພດສໍາພັນ
2, ຄວາມປະມາດສາມາດເຮັດໃຫ້ເສຍໃຈຕະຫຼອດຊີວິດ
( ອາຍຸ 29 ປີ )
ນ້ອງເອງອາຍຸ 28 ປີ ຄິດວ່າລາວຄວນໄປປຶກສາຫມໍແລະກວດເລືອດ ເພາະວ່າຖ້າປ່ອຍໄປໄລຍະດົນອາດຈະເປັນອັນຕະລາຍຕໍ່ຜູ້ກ່ຽວ ແລະ ບໍ່ຮູ້ວ່າຜູ້ຍິງທີ່ລາວໄປນອນນຳນັ້ນມີເຊື້ອ ພຕພ ຫລືເຊື້ອເອດຫລືບໍ່ ບາງທີຜູ້ຍິງຄົນນັ້ນອາດຈະບໍ່ຮູ້ໂຕວ່າລາວມີເຊື້ອ ພຕພ ຫລືເຊື້ອເອດກໍເປັນໄປໄດ້ ສະນັ້ນເວລາມີເພດສຳພັນຄວນປ້ອງກັນທຸກຄັ້ງ ເພື່ອບໍ່ໃຫ້ເສຍໃຈພາຍຫລັງ
– ບົດນີ້ ມີຄຳແນະນຳທີ່ີດີ, ຊັກຊວນຜູ້ອານເຂົ້າເຖິງການບິ່ນປົວ ແລະ ມີສະຕິລະວັງຕົວຂື້ນຕື່ມ ເປັນຕົ້ນເວລາທີ່ມີຄວາມສ່ຽງ
– ຂໍສະແດງຄວາມ ຂອບໃຈ ທີ່ນ້ອງ S ມີຄວາມກ້າຫານຕັ້ງໃຈເວົ້າແບບເປີດເຜີຍ ເຊິ່ງມັນຈະກາຍເປັນບົດຮຽນອັ່ນລໍ່າຄ້າໃຫ້ຜູ້ອື່ນ ເມື່ອບົດຮຽນນີ້ໄດ້ຮັບກ່ານເປີດເຜີຍ
– ຢາກຮູ້ວ່ານ້ອງຊາຍ S ທີ່ໂທມາຫາຜູ້ຂຽນ ວ່າມີອາຍູເທົ້າໃດ? ມີຄອບຄົວຫຼີຍັງ, ຍັງເປັນນັກສຶກສາຢູ່ບໍ່? ເພື່ອຈະກຳຈິດຕະສາດໄດ້
-ຜູ້ຂຽນ ແມ່ນມີຄວາມພະຍາຍາມ ແນະນໍາໃຫ້ຜູ້ປະເຊີນບັນຫາໄປປຶກສາຜູ້ສຽວຊານດ້ານນີ້ໂດຍກົງ
ກ່ອນຈະມີເພດສຳຄັນທຸກຄັ້ງຄວນກວດຄວາມຮຽບຮ້ອຍທຸກຢ່າງກ່ອນ ຖ້າໃນກໍລະນີຖົງຢາງຂາດເຮົາຢຸດເຊົາເພື່ອປ້ອງກັນໂຕເອງໄວ້ກ່ອນເພື່ອຄວນປອດໄພ ແລ້ວຄວນໄປພົບເເພດທັນທີ ສຳຫຼັບຄົນຕິດເຊື້ອກໍສາມາດມີເພດສຳພັນໄດ້ແຕ່ຕ້ອງປ້ອງກັນໂຕເອງເພື່ອບໍ່ໃຫ້ຕິດໃສ່ຄົນອື່ນ
ນ້ອງຄິດວ່າຖ້າລາວວ່າຢາກມີລູກກໍ່ຄົງຈະເປັນໄປໄດ້ຢາກແມ່ນບໍ່ຫາກລາວໄດ້ຮັບການຕິດເຊື້ອຈາກທາງໃດຫນຶ່ງແລ້ວ ,ແລ້ວຜູ້ຊາຍຫລືຍິງທີ່ບາງເທືອອາດຕິດເຊື້ອຈາກແມ່ຫາລູກຫລືອື້ນໆ,ການແຕ່ງງານທີ່ຈະໃຊ້ຊີວິດຮ່ວມກັນຈຶ່ງຕ້ອງກວດເລືອດກ່ອນແຕ່ງສະເຫມີຖ້າຫາກລາວສິມີເມີຍແລ້ວຢາກມີລູກເພື້ອປ້ອງກັນໄວກ່ອນ,ແລະຫາກຈະມີເພດສຳພັນແບບກະທັນຫັນຄວນພົບໄວຫລາຍກວ່າ1ອັນເພື່ອບໍ່ໃຫ້ເກີດເຫດການແບບນີ້,
ໃນເມື່ອເວລາມີເພດສຳພັນແລ້ວຖົງຢາງຂາດຄວນຢຸດ ເພື່ອປ້ອງກັນຕົນເອງ ແລະຄວນໄປປຶກສາແພດ
ນ້ອງຄິດວ່າ ຫາກພົບວ່າຖົງຢາງຂາດລະຫລ່າງມີເພດສຳພັນຄວນຢຸດທາງເພດສຳພັນ ຫຼື ປຽນຖົງຢາງຂື້ນໃຫມ
ໃນການມີເພດສຳພັນໃນແຕ່ລະຄັ້ງເຮົາຄວນກວດຄວາມຮຽບຮ້ອຍທຸກຢ່າງແລະຄວນມີຖົງຢາງອະນາໄມສຳຮອງຕິດຕົວໄວ້ທຸກຄັ້ງແລະກ່ອນຈະມີເພດສຳພັນ.ໃນກໍລະນີທີຖົງຢາງອະນາໄມເກດມີການຈີກຂາດຄວນມີສະຕິແລະຢຸດການມີເພດສຳພັນທັນທີເພື່ອຄວາມປອດໄພຂອງຕົນເອງ.
ຄວນມີສະຕິ ແລະ ມີການປ້ອງກັນທຸກຄັ້ງກ່ອນມີເພດສໍາພັນໂດຍສະເພາະໄວໜຸ່ມສາວ ເພື່ອເປັນການປ້ອງກັນພະຍາດຕິດຕໍ່ທາງເພດສໍາພັນ ແລະ ການຖືພາກ່ອນໄວອັນຄວນ
ຄວາມສຸກຂອງມະນຸດແມ່ນຫລີກລ້ຽງບໍ່ໄດ້ແມ່ນການຮ່ວມເພດສຳພັນບໍ່ຈະເປັນເພດຊາຍຫລືເພດຍິງ, ຕ່າງກໍ່ມີຄວາມຕ້ອງດ້ານນີ້ເຊັນກັນ ການທີ່ຈະມີເພດສຳພັນທຸກຄັ້ງຕ້ອງໃສ່ຖົງປ້ອງກັນເຮົາບໍ່ເຊື້ອໃຈຜູ້ໃດ ໃນກໍລະນີມີເພດສຳພັນທີ່ມີຄວາມສ່ຽງຕົວຢ່າງວ່າຖົກແຕກສີກຂາດກໍລະນີການຕິດເຊື້ອທາງເພດຫລືໄວລັດເອສໄອວີກໍ່ສາມາດຕິດໄດ້ບໍ່ວ່າຈະຮ່ວມເພດພຽງຄັ້ງດ່ຽວເທົ້ານັ້ນ ຖ້າເຮົາບໍ່ຫມັນໃຈໄປປືກສາທ່ານຫມໍແລະກວດເລືອດຊອກຫາເຊື້ອພະຍາດດັ່ງກ່າວຖ້າພົບເຊື້ອເຮົາທຳໃຈແລະປະຕິບັດຕາທ່ານຫມໍແນະໃນການກິນຢາຕ້ານໃນການແພ້ລາມຂອງພະຍາດເຮົາກໍ່ຈະມີອາຍຸທີ່ຍືນຍາວຄືຄົນປົກກະຕິ
1.1 ສີ່ງທີເຮົາຄວນລະມັດລະວັງແລະວິທີປ້ອງກັນ
1 ໃສ່ຖົງຢ່າງທຸກຄັ້ງ
2 ມີຄູ່ຮັກຄົນດ່ຽວ
3 ບໍ່ໃສ່ເຂັ້ມຊັກຢາຮ່ວມຄົນອື່ນ
4ບໍ່ໄປຫລີ້ນສະສາຍ
5ສືກສາຮຽນຮູ້ກ່ງວກັບຍາດຕິດຕໍ່ທາດເພດສຳພັນ ແລະ ວີທີປ້ອງກັນ
ຖ້າປົກກະຕິເຮົາມີຄວາມສ່ຽງທີ່ຈະມີເພດສຳພັນ ຄວນພົກພາຖົງຢາງອານາໄມໄວ້ ຢ່າງໜ້ອຍ 2 ອັນ ແລະ ກວດກາວັນໝົດອາຍຸເປັນປະຈຳ
ບົດດັ່ງກ່າວນີ້ ມີຄຳແນະນຳທີ່ດີ, ກ່ຽວກັບວິທິການປ້ອງກັນ ກ່ອນມີເພດສຳພັນ.
ເລື່ອງເປັນເລື່ອງໜຶ່ງທີ່ທູກໆຄົນຄວນມີສະຕິກ່ອນຈະຕັດສິນໃຈກະທຳສິ່ງໃດໜຶ່ງ