ລາວມີຜົວແລ້ວ …
“ລາວມີຜົວແລ້ວ …ແຕ່ມັກມາກີນເບຍກັບນ້ອງເລື້ອຍ ໆ”
ໃນຄວາມເປັນຈິງ ຜູ້ຍິງທຸກມື້ນີ້…ເຖີງວ່າ ຈະມີຜົວຫຼື ບໍ່ມີຜົວ ກໍ່ມັກແຕ່ງຕົວໃຫ້ງາມ…ຜູ້ຍີງຜູ້ມີຜົວ ແລະ ລູກແລ້ວ ບາງຄົນ ມັກແຕ່ງໂຕໃຫ້ງາມຫຼາຍກວ່າຕອນເປັນສາວ , ແລະ ມີຄ່ານີຍົມ ມັກໃຫ້ຄົນຍ້ອງ ວ່າ “ເຖິງຈະມີຜົວ ແລະ ລູກແລ້ວກໍ່ຍັງງາມ” ແຮະ ແຮະ ບາງຄົນເນີ !
ນ້ອງຊາຍ Xເປັນຄົນ ຫາກິນກາງຄືນ ຢູ່ຮ້ານອາຫານ ແຕ່ບໍ່ຂໍບອກວ່າ ເຮັດຫຍັງ,ອາຍຸ 22 ປີ ເປັນນັກຮຽນ ວິທະຍາໄລແຫ່ງນື່ງ ນ້ອງ ເຮັດວຽກກາງຄືນ ແຕ່ ຮຽນໜັງສືກາງເວັນ …
ເຄີຍມີແຟນຫຼານຄົນ …ແຕ່ກໍ່ບໍ່ເລີກເຊີ່ງ, ຮັກກັນບໍ່ພໍປິ ກໍ່ເລີກກັນ … ມັນແມ່ນຍຸກສະໄໝຂອງໄວໜຸ່ມທີ່ມີຄວາມຮັກແບບສາຍຟ້າແລບ ແລະ ກໍ່ແຍກທາງກັນແບບສາຍຟ້າແລບ !
ແຕ່ໃນກໍ່ລະນີ ຜູ້ຍີງຄົນນີ້ອາຍຸປະມານ 30ກວ່າ… ມັກໃສ່ຊຸດງາມໆທັນສະໄໝແລະ “ເຊັກຊີ” ມາກີນເຫຼົ້າ ຢູ່ຮ້ານອາຫານ ຂອງນ້ອງເກືອບທຸກທ້າຍອາທິດ, ເລີ່ມຕົ້ນທໍາອິດ ຮູ້ຈັກກັນ ດ້ວຍ ການແນະນໍາຂອງໝູ່ ແລະ ດື່ມເບຍ ໜື່ງຈອກ, ຖັດຈາກນັ້ນ ກໍ່ຊັກຊວນໃຫ້ນັ່ງນໍາ ,ລາວ ບອກວ່າ ລາວເປັນຄົນມັກມ່ວນ, ມັກຮູ້ຈັກຫຼາຍຄົນໂດຍສະເພາະແມ່ນ ຜູ້ທີ່ມັກດື່ມເຫຼົ້າດື່ມເບຍ…
ບາງເທື່ອຫຼັງຈາກປິດຮ້ານ ລາວກໍ່ຍັງນັ່ງກີນເບຍກັບໝູ່ ຂອງລາວ ແລະ ເອີ້ນນ້ອງ Xໄປນັ່ງນໍາ ຍອມຮັບວ່າ ຜູ້ຍີງຄົນນີ້ ກີນເບຍເກັ່ງ …ລາວມັກເວົ້າກັບນ້ອງວ່າ ກີນເບຍກັບນ້ອງແລ້ວມີຄວາມສຸກ …
ຕໍ່ຈາກນັັັ້ນມາ ລາວມາຮ້ານເທື່ອໃດກໍ່ມັກຊອກຫານ້ອງ ແລະເອີ້ນນ້ອງໄປກິນເບຍນໍາທຸກເທື່ອ …
ໂດຍສະເພາະແມ່ນຕອນປິດຮ້ານ …ນ້ອງຮູ້ສຶກ ມີຄວາມສຸກ ແຕ່ ບໍ່ສະບາຍໃຈ ເພາະລາວມີຜົວແລ້ວ, ລາວເປັນຄົນກັນເອງ ບໍ່ຖືຕົວ …ເວລາເມົາ ລາວກໍ່ມັກກອດບ່າ ແລ້ວ ເອົາໜ້າມາແປະໃສ່ ບ່ານ້ອງເລື້ອຍໆ …. ນ້ອງXກ້າບອກຄວາມຈິງກັບຜູ້ຂຽນວ່າ ບາງເທື່ອນ້ອງກໍ່ຄຶດສວຍໂອກາດກອດລາວຄືນ ເພາະຍ້ອນຄວາມເມົາ …
ນ້ອງXບອກວ່າ ເບີ່ງຜູ້ຍິງຄົນນີ້ ຮູ້ສຶກວ່າງາມຂື້ນທຸກໆຄືນ …ບໍ່ເຂົ້າໃຈວ່າ ຕົນເອງໄດ້ຫຼົງຮັກ ລາວແລ້ວກໍ່ບໍໍ່ຮູ້ … ນ້ອງເຄີຍມີແຟນທີ່ເປັນຜູ້ຍິງອາຍຸດຽວກັນ ຫຼາຍຄົນ ແຕ່ບໍ່ເຄີຍມີຄວາມຮູ້ສຶກແນວນີ້ …
ນ້ອງXອຸກໃຈ ເພາະ ປັດຈຸບັນ ຜູ້ຍິງຄົນນີ້ ຫຼັງຈາກປິດຮ້ານ …ນອກຈາກກີນເບຍຢູ່ຮ້ານແລ້ວ ,ຍັງມັກຊວນນ້ອງໄປຕໍ່ …ແຕ່ນ້ອງກໍ່ປະຕິເສດ ທຸກເທື່ອ
ນ້ອງX ໂທມາຖາມຜູ້ຂຽນ ວ່າ “ ຈະເຮັດແນວໃດ ? ການກະທໍາຜູ້ຍິງຄົນນີ້ ແມ່ນ ລາວສົນໃຈນ້ອງບໍ່? ຫຼືຈັ່ງໃດ ? ນ້ອງຢ້ານອົດໃຈບໍ່ໄດ້…ນ້ອງຄວນ ຈະຕີໂຕອອກຈາກລາວແນວໃດ ?”
ດັ່ງທີ່ກ່າວໄວ້ຂ້າງເທີ່ງ ໃນຄວາມເປັນຈິງ ຜູ້ຍິງທຸກມື້ນີ້…ເຖີງວ່າ ຈະມີຜົວຫຼື ບໍ່ມີຜົວ ກໍ່ມັກແຕ່ງໂຕໃຫ້ງາມ ແລະ ມັກໃຫ້ຄົນອື່ນ ຍ້ອງວ່າ ຕົນເອງງາມເລື້ອຍໆ ຕົວຢ່າງ “ມີລູກ2 ແຕ່ນ້ອງຍັງງາມ” …
ຜູ້ຍີງ ບາງຄົນ ຕອນເປັນສາວ ມັກຫຼີ້ນ ແຕ່ມີຜົວແລ້ວ ບໍ່ມັກຫຼີ້ນ , ຜູ້ຍີງບາງຄົນຕອນເປັນສາວບໍ່ມັກຫຼີ້ນ ແຕ່ ມີຜົວແລ້ວ ກາຍເປັນຄົນມັກຫຼີ້ນ ຫຼື ບາງຄົນ ເປັນຄົນມັກຫຼີ້ນ ພໍມີຜົວ ກໍ່ຍັງເປັນຄົນມັກຫຼີ້ນ ບໍ່ປ່ຽນແປງ ເພື່ອເປັນການພີສູດໃຫ້ໝູ່ຮູ້ວ່າ ເກັ່ງກວ່າຜົວ
ໃນກໍລະນີ ຂອງນ້ອງ X ຕ້ອງໄດ້ລະວັງ ເພາະຜູ້ຍິງມີຜົວ ອາຍຸສູງກວ່າ ຈະມີປະສົບປະການໃນຄວາມຮັກຫຼາຍກວ່ານ້ອງແລະຖືເປັນເລື່ອງທໍາມະດາ ແຕ່ສໍາລັບນ້ອງ ອາຍຸນ້ອຍກວ່າ ອາດຈະມີຄວາມຮູ້ສຶກພາກພູມໃຈ ແລະ ຄືດໄປໃນເລື່ອງ ຂອງການຫາກໍາໄລທາງເພດແບບຊົ່ວຄາວ …
ນ້ອງຄວນລະວັງ , ຜູ້ຍິງທຸກມື້ນີ້ ບາງຄົນກິນເຫຼົ້າເກັ່ງກວ່າຜູ້ຊາຍ,ແລະ ຫຼາຍຢ່າງເກັ່ງກວ່າຜູ້ຊາຍ .. ເວົ້າໄດ້ວ່ານ້ອງຍັງເປັນ “ໄກ່ອ່ອນ” ນ້ອງຕ້ອງໄດ້ລະວັງ .ແມ່ນລະ! ເວລາເມົາລາວມັກຊວນໄປດື່ມຕໍ່ບ່ອນອື່ນ, ນ້ອງອາດຈະຄຶດວ່າ ນັ້ນແມ່ນໂອກາດທອງສໍາລັບນ້ອງ …ຍ້ອນນ້ອງມີໂອກາດ ໃກ້ຊິດຕິດຂ້າງ ເກືອບທຸກຄືນ.. ສີ່ງນີ້ ແມ່ນສີງເຮັດໃຫ້ນ້ອງຄຶດວ່າ ນ້ອງຮັກ ລາວ …ແຕ່ ໃນຄວາມເປັນຈິງ ແມ່ນນ້ອງ ມີຄວາມຕ້ອງການ ສວຍໂອາດ ທາງເພດ ຫຼາຍກວ່າ
ຄວາມໃກ້ຊິດ ,ການສໍາຜັດຮ່າງກາຍ, ກິ່ນນໍ້າຫອມ, ຄໍາເວົ້າຫວານໆ ທີ່ນ້ອງໄດ້ຮັບແຕ່ລະມື້ ແມ່ນ ເຮັດໃຫ້ ນ້ອງມີຄວາມຕ້ອງການ ຢາກໃກ້ຊິດຢ່າງເລີກເຊິງຫຼາຍຂື້ນ …
ນ້ອງຄວນ ຕັດໃຈ ເພາະລາວມີຜົວແລ້ວ …ມັນເປັນເລື່ອງທີ່ເປັນໄປໄດ້ຍາກ ..ຜິດສີນທໍາ ແລະ ຜິດກົດໝາຍ …ນ້ອງຄວນປະຕິເສດການນັ່ງກີນເບຍນໍາກັນ ,ບໍ່ຄວນຖີ່ເກີນໄປ ແລະ ດົນເກີນໄປ …ພະຍາຍາມ ຕີໂຕອອກຫ່າງ ເລື້ອຍໆ ເວລານີ້ ນ້ອງມີສະຕິ ແລະ ນ້ອງກ້າຫານໂທມາຫາຜູ້ຂຽນ ແຕ່ ຖ້າ ເວລານ້ອງເມົາ ແລະ ໄດ້ໂອກາດ… ເປັນໄປບໍ່ໄດ້ທີ່ນ້ອງຈະໂທມາຫາຜູ້ຂຽນ ກ່ອນຕັດສີນເຮັດໃນສີ່ງທີ່ນ້ອງຕ້ອງການ ດັ່ງນັ້ນ ຄວນຫຼີກເວັ້ນກາຍດື່ມເບຍ ຈົນເມົາ
ຕ້ອງຕັດໃຈໃຫ້ໄດ້ ນ້ອງເອີຍ ກ່ອນທີ່ເຫດການ ຈະ ບານປາຍ !!!
ຄໍາຖາມສໍາລັບ ບົດຄວາມຮັກ ໃນເວບໄຊ
– ຖ້າມີຜູ້ຍີງທີ່ມີຜົວແລ້ວ ມາຊວນດື່ມເຫຼົ້າ (ດັ່ງໃນເລື່ອງ) ເຈົ້າຈະເຮັດແນວໃດ?
1/ບອກລາວ ບໍ່ຕ້ອງມາພົວພັນ ເພາະມີລູກ, ຜົວ ແລ້ວ
2/ຖ້າລາວມາຫາກໍ່ພົບລາວ ແລະ ຮູ້ຈັກ ກັນແບບ ເອື້ອຍນ້ອງ…ຖ້າລາວກອດ ເຮົາກໍ່ກອດຄືນ ແຕ່ ຕ້ອງເຮັດຕອນເມົາ
3/ ລາວເປັນຜູ້ເປິດໂອກາດໃຫ້ເຮົາ ດັ່ງນັ້ນ ເປັນແຟນກັນ ແບບລັບໆຈະດີກວ່າ ເພື່ອຄວນຕອບສະໜອງຕາມຄວາມຕ້ອງການ ຂອງ ລາວ.
Comments(03)
Leave a Reply
You must be logged in to post a comment.
ໃນຖານະທີ່ນ້ອງເປັນຜູ້ຍິງ ນ້ອງຄິດວ່າການທີ່ມີຄົນມາຊວນນ້ອງດື່ມເບຍແບບໃນເລື່ອງນ້ອງກໍບໍ່ສາມາດປະຕິເສດໄດ້ ທາງທີ່ດີເຮົາຄວນຈະດື່ມຕາມມາລະຍາດ ແຕ່!!! ໃນກໍລະນີທີ່ຜູ້ຊາຍຄົນນົ້ນມີເມຍແລ້ວນ້ອຈະງບໍ່ຫຍຸ້ງກ່ຽວ.
ລາວຄວນລາອອກຈາກວຽກໂຕນັ້ນເພື່ອຈະໄດ້ບໍ່ຕ້ອງເຫັນໜ້າກັນ
ສຳລັບນ້ອງແລ້ວນ້ອງຄິດວ່າການທີ່ມີຜູ້ຊາຍມາຊວນດື່ມເບຍນ້ອງກໍບໍ່ສາມາດປະຕິເສດໄດ້ທາງທີ່ດີຄວນຈະດື່ມຕາມມາລະຍາດ,ແຕ່ຖ້າຜູ້ຊາຍຄົນນັ້ນມັກມາຕາມຕື້ຕະຫຼອດເວລາຈົນສິບໍ່ມີເວລາສ່ວນຕົວນ້ອງກໍຈະເວົ້ານຳຊາຍຄົນນັ້ນຕົງໆວ່າບໍ່ຄວນຈະເຮັດແບບນີ້ເພາະລາວກໍມີລູກ,ມີເມຍ,ມີຄອບຄົວແລ້ວທາງທີ່ດີທີ່ສຸດຄືໃຫ້ບອກຄົນນັ້ນໄປຕົງໆວ່າບໍ່ຄວນເຮັດແນວນັ້ນແນວນີ້ເພາະມັນບໍ່ເໝາະສົມເຮົາກາໃຫຍ່ໆກັນໝົດແລ້ວກໍຄວນຈະຄິດໄດ້ວ່າອັນໃດຄວນເຮັດ ແລະ ອັນໃດບໍ່ຄວນເຮັດ