“…ລາວ ຊວນ ນ້ອງ ນອນນໍາລາວ…”
ຄວາມຮັກ ມີລົດຊາດ ທີ່ແຕກຕ່າງກັນ, ມັນຂຶ້ນກັບວ່າ ຄວາມຮັກນັ້ນ ເກີດຂຶ້ນກັບໃຜ? ອາຍຸເທົ່າໃດ? ແລະ ເກີດຂຶ້ນຢູ່ໄສໃນເວລາໃດ ?
ຖ້າຄວາມຮັກເກີດຂື້ນ ຢູ່ໃນຫ້ອງນອນ ແບບສອງຕໍ່ສອງໃນອາຍຸຂອງໄວໜຸ່ມ ໄວຂະໜອງ… ແນ່ນອນລະ! ອັນນັ້ນກໍ່ເປັນຄວາມຮັກ ໜອ່ງ ທີ່ມີລົດຊາດສະເພາະໄວໜຸ່ມ ແລະ ສະເພາະສະຖານທີ່ ແລະ ເວລານັ້ນ …
ນ້ອງ T (ນາມສົມມຸດ) ອາຍຸ 16 ປີ ແຟນ ອາຍຸ 18 ປີ, ຮັກກັນມາໄດ້ 6 ເດືອນຮັກກັນປານຈະກືນກິນກັນໄດ້ … ແຕ່ ນ້ອງກໍ່ຍັງ ມີຄວາມພະຍາຍາມ ປ້ອງກັນ ຕົນເອງ ບໍ່ໃຫ້ ຖະຫຼໍາຕົວ ໄປສູ່ການມີເພດສໍາພັນ …
ນ້ອງ T ບອກວ່າຮັກແຟນຫຼາຍທີ່ສຸດ, ເພາະເປັນຜູ້ຊາຍຄົນທໍາອິດໃນຊີວິດ, ແຕ່ຄວາມຮັກ ທີ່ນ້ອງມີໃຫ້ກັບແຟນ ກໍ່ບໍ່ເຖິງຂັັ້ນ ເຮັດໃຫ້ນ້ອງຕາບອດ, ເພາະນ້ອງຍັງມີສະຕິ ແລະ ມີຄວາມອົດທັນ… ນ້ອງ T ຍອມຮັບວ່າ ການກອດ,ຈູບແກ້ມ ເປັນເລື່່ອງ ທີ່ນ້ອງປະຕິເສດບໍ່ໄດ້, ເພາະສີ່ງເຫຼົ່ານັ້ນ ມັນເປັນເລື່ອງ ທີ່ນ້ອງພູມໃຈທີ່ຈະມອບໃຫ້ແຟນເຊັ່ນກັນ … ແຕ່ ການທີ່ ແຟນ ຊັກຊວນ, ຍຸຍົງໃຫ້ມີເພດສໍາພັນ ເພື່ອພິສູດຄວາມຮັກ… ນ້ອງ ປະຕິເສດທຸກເທື່ອ ເພາະນ້ອງຮູ້ ແລະເຂົ້າໃຈ ວ່າຜົນຈະຕາມມາເປັນແນວໃດ ? ເຖີງ ນ້ອງປະຕິເສດແນວໃດ ແຕ່ແຟນກໍ່ພະຍາຍາມ ເລື້ອຍ ໆ ນ້ອງ T ຈືງຕັດສີນໃຈ “ແອປ” (Whatsapp) ມາຫາຜູ້ຂຽນ ຖາມວ່າ
“ນ້ອງຄວນຈະເຮັດແນວໃດ ? ບໍ່ຢາກໃຫ້ແຟນມີແນວຄິດ ຄືແນວນັ້ນ,ໄດ້ອະທິບາຍແລ້ວ ແຕ່ແຟນຍັງພະຍາຍາມ…”
ຜູ້ຂຽນ ເຄີຍຮັບສາຍໂທລະສັບ ແລະ “ແອປ” ໃນເລື່ອງແນວນີ້ ມາຈາກຫຼາຍຄົນ, ຖ້ານ້ອງຕິດຕາມອ່ານ ໜັງສືພີມ ຫຼືວາລະສານ ນ້ອງ ຈະໄດ້ເຂົ້າໃຈ …
ດັ່ງທີ່ກ່າວໄປຂ້າງເທິງ … ຄວາມຮັກ ຂອງໜຸ່ມໆສາວໆ ມັກຈະມີເລື່ອງຂອງຄວາມງາມ , ເຊັກຊີ , ທັນສະໄໝ
ແລະ ການມີເພດສໍາພັນ ເພື່ອເປັນສ່ີ່ງພິສູດຄວາມຮັກ
ຖ້າເປັນໃນກໍລະນີນີ້ ນ້ອງຄວນຫຼີກເວັ້ນການໄປນໍາກັນສອງຕໍ່ສອງ, ໄປໃນສະຖານທີ່ປ່ຽວ, ຫຼື ດື່ມເຫຼົ້າເມົາ … ຫຼືກໍລະນີ ຄວາມສ່ຽງອື່ນທີ່ຈະນໍານ້ອງໄປສູ່ການ ມີເພດສໍາພັນແບບບໍ່ຕັ້ງໃຈ … ໃນເວລາດຽວກັນ ຄວນຫຼີກເວັ້ນການສໍາຜັດຮ່າງກາຍທີ່ ເລິກເຊິງເກີນໄປ, ເກີນເຂດ “ຫວງຫ້າມ” ຂອງຜູ້ຍິງ ເພາະການປະຕິບັດຕໍ່ກັນ ແນວນີ້ ຈະເປັນສວ່ນໜື່ງ ທີ່ກໍ່ໃຫ້ເກີດມີອາລົມທາງເພດ ແລະ ຊັກນໍາໄປສູ່ການຍິນຍອມມີເພດສໍາພັນ ແບບຂາດສະຕິ !
ຜູ້ຂຽນເຂົ້າໃຈ ໃນຄວາມຮູ້ສຶກຂອງນ້ອງ T ທີ່ມີຕໍ່ແຟນ ທີ່ເປັນ ຜູ້ຊາຍຄົນທໍາອິດໃນຊີວິດ, ແລະ ກໍ່ເປັນ ຜູ້ຊາຍທີ່ນ້ອງຮັກທີ່ສຸດ ( ຕາມທີ່ນ້ອງບັນລະຍາຍໃຫ້ຟັງ ) …ນ້ອງຍັງນ້ອຍ ຍັງບໍໍ່ທັນ ແນມເຫັນໂລກໄດ້ກວ້າງໄກ …ພຽງແຕ່ເຫັນຜູ້ຊາຍຄົນດຽວດັ່ງນັ້ນ ມັນເປັນເລື່ອງ ທໍາມະດາທີ່ນ້ອງຈະຮັກເຂົາຈົນໝົດຫົວໃຈ …
ຜູ້ຂຽນເຂົ້າໃຈ ຄວາມຮູ້ສຶກຂອງນ້ອງທີ່ມີຕໍ່ກັບຜູ້ຊາຍຄົນທໍາອິດ ( ບໍ່ຂໍອະທິບາຍ ນ້ອງຮູ້ດີ) ແລະ ຄວາມຮູ້ສຶກແບບນີ້ ມັນກໍ່ເກີດຂື້ນກັບ ຜູ້ຍິງ ອີກຫຼາຍ ລ້ານຄົນ ທີ່ເລີ່ມມີຄວາມຮັກ ກັບຜູ້ຊາຍຄົນທໍາອິດ …
ດີຫຼາຍ ທີ່ນ້ອງ T “ແອປ” ມາຫາຜູ້ຂຽນ ແລະ ສະແດງຄວາມຮູ້ສຶກ ໃຫ້ຟັງ …ແລະ ນ້ອງກໍ່ເຂົ້າໃຈເອງ ແລ້ວວ່າ ຂັ້ນຕອນ ຕໍ່ໄປຂອງຄວາມຮັກ ເປັນຂັ້ນຕອນ ທີ່ ບໍ່ໝາະສົມ, ແຕ່ແມ່ນຄວາມຕ້ອງການຂອງຝ່າຍຊາຍ … ຮູ້ແລ້ວ ກໍ່ຕ້ອງຮູ້ວິທີປ້ອງກັນ,ຕ້ອງເຂັ້ມແຂງ ແລະ ເດັດຂາດ …ຕ້ອງຮູ້ຈັກແຍກ ລະຫວ່າງຄວາມຮັກ ແລະ ການມິເພດສໍາພັນ ..ໂດຍສະເພາະ ແມ່ນຄວາມຮັກ ຂອງ ຜູ້ຍິງອາຍຸ 16 ປີ ເຊັ່ນດຽວກັບນ້ອງ
ນ້ອງສາມາດມີຄວາມຮັກ ແຕ່ຍັງບໍ່ເຖີງເວລາທີ່ເໝາະສົມທີ່ຈະມີເພດສໍາພັນ ແລະ ບໍ່ຄວນຈະຖະຫຼໍ່າຕົວ ໃນຄວາມຮັກ ທີ່ຈະນໍາໄປສູ່ການ ມີເພດສໍາພັນ … ຖ້າ ແຟນຍັງພະຍາຍາມ ຫຼື ເອົາການມີເພດສໍາພັນ ມາເປັນເຄື່ອງພີສູດຄວາມຮັກ … ນ້ອງຄວນຈະຍອມເປັນຄົນອົກຮັກ ກັບຜູ້ຊາຍຄົນນີ້, ດີກວ່າ ທີ່ຈະ ສົມຫວັງ ດ້ວຍການມີເພດສໍາພັນ ເນາະນ້ອງເນາະ?… ອານາຄົດຂອງນ້ອງຍັງຍາວໄກ ..ຄວາມຮັກ ທີກວ້າງໃຫຍ່ໄພສານ ນ້ອງຍັງ ບໍ່ທັນໄດ້ມີໂອກາດສໍາຜັດ ເພາະນ້ອງ ອາຍຸ ພຽງ 16 ປີ, ດັ່ງນັ້ນບໍ່ຄວນງົມງວຍ ກັບຜູ້ຊາຍຄົນດຽວ ທີ່ນ້ອງເຫັນ…
ສະບັບໜັ້າພົບກັນໃໝ່ …
Comments(02)
Leave a Reply
You must be logged in to post a comment.
ຂອງແທ້
ການຫລີກລຽງໃນສະຖານທີ,ການກິນ,ການໄປມາ,ການມີແຟນເຮົາສາມາດມີໄດ້ແຕ່ຕັ້ງບໍ່ຮັກຫລາຍບໍ່ຫລົງໃນຄຳພຽງລົ້ມປາກ,ດອກໄມ້,ຄວາມຫໍ່,ມີເງີນ,ໄວຫມຸ້ມ18ປີທີຄົບຖ້ວນດ້ວຍວຸດທິພາວະຍັງຕ້ອງຢາກສຶກສາຮໍ່າຮຽນ,ແລະຖືຢູ່ໃນກົດຫມາຍ,ການທີຄິດວ່າເຂົາເປັນຜູ້ຊາຍຄົນທຳອິດນັ້ນຄິດວ່າມັນຍັງບໍແມ່ນເທືອເພາະານາຄົດຍັງອີກໄກຫລາຍ,ຖ້າເຮົາເປັນເດັກມີພໍ່ແມ່ເຮົາຄວນຟັງຄຳສັງສອນຂອງແລະຫາຄູປຶກສາທີດີທີ່ໃຫ້ຄວາມໄວວາງໃຈແກ່ເຮົາ