“ອາຍຸແກ່ ແລ້ວ! ແຕ່ໃນຊີວິດນີ້ ຂາດ ສາວນ້ອຍ ບໍ່ໄດ້”
ໃນຄວາມເປັນຈິງ ຄໍລໍາໄວຮັກ ເປັນເວທີທີ່ສົນທະນາ ຄວາມຮັກສໍາລັບໄວໜຸ່ມ ແຕ່ກໍ່ບໍ່ປະຕິເສດ ທີ່ຈະມີຄົນສູງອາຍຸ ເກີນໄວໜຸ່ມ ໂທມາສົນທະນາ ເລື່ອງຄວາມຮັກ, ເຊິ່ງສ່ວນໃຫຍ່ແມ່ນເລື່ອງຂອງຜົວ ແລະ ເມຍທີ່ເລີ່ມມີບັນຫາ ເລື່ອງຄວາມຮັກ ໃນຄອບຄົວ, ເຊິ່ງສວ່ນຫຼາຍຈະແມ່ນເມຍເປັນຜູ້ ມັກໂທມາຫາຜູ້ຂຽນ ເລື້ອຍໆ ແຕ່ ຜູ້ຂຽນກໍ່ປະຕິເສດໃນການສົນທະນາ ເພາະຈະເຮັດໃຫ້ເພີ່ມຄວາມເຂົ້າໃຈຜິດ ພາຍໃນຄອບຄົວ
ແຕ່ໃນກໍລະນີ ເລື່ອງຄວາມຮັກ ທີ່ຈະນໍາສະເໜີຕໍ່ໄປນີ້ແມ່ນກ່ຽວພັນກັບ ໄວໜຸ່ມ ເພາະ ແມ່ນເລື່ອງຈີງຂອງຜູ້ສູງອາຍຸ ຕິດສາວນ້ອຍ ຈົນແກະບໍ່ອອກ ແຮະ ແຮະ
ອ້າຍF(ນາມສົມມຸດ) ອາຍຸ 48ປີ ລັກຮັກສາວນ້ອຍ ແລະ ສະໜັບສະໜູນການຮຽນມາແຕ່ ຮຽນຢູ່ ມໍ ຕົ້ນ ຈົນເຖີງ ປັດຈຸບັນ ຮຽນຢູ່ ວິທະຍາໄລ
ສີ່ງທີ່ ອ້າຍFເສຍໃຈທີ່ສຸດ ແມ່ນ ສາວນ້ອຍຄົນນີ້ ບອກ ເລີກ ຄວາມຮັກ ກັບ ອ້າຍF ໂດຍ ອ້າງວ່າ ຢ້ານ ເມຍ ອ້າຍ Fຮູ້ ແລະ ນາງກໍ່ຕ້ອງການມີແຟນຄົນໃໝ່
ອ້າຍFບອກວ່າ ໃນຕອນທີ່ຕິດສາວນນ້ອຍຄົນນີ້ໃໝ່ໆ ກໍ່ຄຶດວ່າ ຈະຮັກເພື່ອຫຼີ້ນ ທໍາມະດາ ແຕ່ ພົວພັນ ກັນເລີກ ເຊີງແລະ ເຫີງນານຫຼາຍປີ ເຮັດໃຫ້ ອ້າຍ Fມີຄວາມຮັກກັບ ສາວນ້ອຍຫຼາຍຂື້ນ ແລະ ສຸດທ້າຍກໍ່ ກາຍເປັນຄວາມຮັກ ທີ່ເອີ້ນວ່າ “ຜູ້ສູງອາຍຸ ຕິດສາວນ້ອຍ“
ສີ່ງສໍາຄັນທີ່ສຸດໃນປັດຈຸບັນ ອ້າຍFບອກກັບຜູ້ຂຽນວ່າ “ບໍ່ສາມາດທີ່ຈະລືມສາວນ້ອຍໄດ້”ເຖີງແມ່ນເຂົາຈະບອກ ເລີກ ແຕ່ ອ້າຍFຍັງທຽວໄປຫາສາວນ້ອຍຕະຫຼອດ ແລະ ຊອກຫາວິທີທາງເພື່ອບໍ່ໃຫ້ ສາວນ້ອຍ ໄປມີຜູ້ໃໝ່ …
ບາງເທື່ອອ້າຍກໍ່ຄຶດວ່າ ຢາກປະເມຍ ໄປແຕ່ງດອງກັບສາວນ້ອຍໃຫ້ສົມກັບຄວາມຮັກ ແຕ່ ກໍ່ບໍ່ສາມາດຕັດສີນໃຈ ເພາະຍັງຄຶດຫ່ວງຄອບຄົວ ແລະ ລູກ…ອ້າຍຮູ້ສຶກວຸ້ນວາຍໃນສະໝອງ ເລີຍໂທມາຫາຜູ້ຂຽນ ບອກວ່າ “ຊ່ວຍອ້າຍແດ່ເຮັດແນວໃດ ?”
ເອົາລະ ! ເອົາລະ !ບໍ່ແມ່ນແຕ່ໄວໜຸ່ມອົກຫັກ ເນາະ ! ແມ່ນແຕ່ໄວເຖົ້າກໍ່ອົກຫັກ ເຊັ່ນກັນ ນີ້ລະຄວາມຮັກນີ້ ເກີດຂື້ນ ໂດຍບໍ່ເລືອກ ຊັ້ນວັນນະ ,ສັນຊາດ,ສາດສະໜາ ,ອາຍຸ….
ອ້າຍFລັກຢູ່ກັບສາວນນ້ອຍເຖີງ 7 ປີ …ເປັນເລື່ອງທີ່ໂຊກດີ ທີ່ເມຍບໍ່ຮູ້ !!!ຖ້າເມຍຮູ້ກ່ອນໜ້ານັ້ນ ອ້າຍ ຄົງຈະບໍ່ ຫຼົງຮັກ ສາວນ້ອຍເລີກເຊີງຈົນໂງ່ຫົວບໍ່ຂື້ນຄຶເຊັ່ນນີ້ ແມ່ນບໍ່?
ຄວາມຜູກພັນທີ່ອ້າຍມີກັບສາວນ້ອຍໃນເບື້ອງຕົ້ນ ແມ່ນ ເພື່ອ ຄວາມຕ້ອງການ ສົມສູ່ທາງເພດ..ແມ່ນຍ້ອນສະເໜ່ຄວາມງາມ ຢ່າງດຽວ …ການທີ່ອ້າຍຈົກເງີນເພື່ອອຸດໜູນ ລ້ຽງ ສາວນ້ອຍຈົນຮຽນຮອດວິທະຍາໄລ ກໍ່ແມ່ນ ເພື່ອແລກກັບຄວາມງາມ ທີ່ສະໜອງຄວາມໄຄ່ ຂອງອ້າຍ ຫຼື ສະໜອງຄວາມຕ້ອງການທາງເພດ
ແລະ ການສະໜອງຄວາມຕ້ອງການທາງເພດທີ່ເຮັດໃຫ້ອ້າຍພໍໃຈ ຫັ້ນລະ ! ມັນເຮັດໃຫ້ອ້າຍຮັກສາວນ້ອຍ ຈົນ ມືນຕາບໍ່ຂື້ນ ແລະ ຂາດສາວນ້ອຍບໍ່ໄດ້
ໃນຄວາມເປັນຈີງ ແມ່ນ ອ້າຍFເອງເປັນຄົນ ຈຸດປະກາຍຄວາມຮັກ ດ້ວຍເພດສໍາພັນ …ແມ່ນລະ ການມີເພດສໍາພັນ ແມ່ນມີສ່ວນສໍາຄັນກັບຄວາມຮັກ ບໍ່ແມ່ນແຕ່ໄວໜຸ່ມ ແລະ ແມ່ນແຕ່ ຜູ້ສູງອາຍຸ ທີ່ ຍັງມີໄຟ ກໍ່ຍັງໄດ້ຮັບຜົນກະທົບເຊັ່ນກັນ
ບາງກໍລະນີ ( ຂໍເວົ້າຕາມຄວາມເປັນຈິງ ເນີ ! )ເມຍສະໜອງຄວາມຕ້ອງການທາງເພດບໍ່ໄດ້, ບໍ່ພຽງພໍ ຫຼື ບໍ່ຖຶກໃຈ ເລີຍໄປຕິດສາວນ້ອຍ ອັນນີ້ ກໍປະກົດມີຫຼາຍເພາະໃນສັງຄົມ ແລະ ວັດທະນາທໍາບ້ານເຮົາ ບໍ່ສາມາດເວົ້າໄດ້ ເລີຍບໍ່ມີວິທີການປ້ອງກັນ , ມີພຽງແຕ່ວິທີທາງແກ້ໄຂ ດ້ວຍການຂື້ນສານ ,ສະເໜີປະຫ້າງ ກັນ..ຖ້າກໍ່ລະນີບ້ານເພີ່ນ ໂດຍສະເພາະແມ່ນປະເທດແຖບຢູໂຣບແມ່ນເວົ້າໄດ້ ໂດຍມີບາງປະເທດ ເມຍຈະຕ້ອງປັບປຸງຕົນເອງ ເພື່ອສະໜອງຄວາມຕ້ອງການໃຫ້ຜົວ ຫຼື ຜົວ ຕ້ອງຮຽນຮູ້ ແລະ ສະໜອງຄວາມຕ້ອງການໃຫ້ກັບເມຍ
ຖ້າອ້າຍFຢູ່ໃນກໍລະນີ ເມຍບໍ່ສາມາດສະໜອງຄວາມຕ້ອງການ ກໍ່ຕ້ອງກ້າ ປຶກສາ ເມຍ! ເຖິງມັນຈະຜິດກັບຮີດຄອງກໍ່ຕາມ ແຕ່ນີ້ ມັນເປັນເລື່ອງວິທະຍາສາດ ຄືກັນກັບ ອາຫານ ການກິນ , ຖ້າເບື່ອ ກໍ່ຕ້ອງ ປັບປຸງ ດ້ວຍ ການແຕ່ງກິ່ນ ລົດຊາດແບບໃໝ່ ໂດຍແມ່ນ ແມ່ຄົວຄົນເກົ່າ ເຊິ່ງ ບໍ່ຈໍາເປັນຈະຕ້ອງ ໄປຊອກ ແມ່ຄົວຄົນໃໝ່ ກໍ່ໄດ້ ແມ່ນບໍ່ ?
ສໍາລັບການທີ່ອ້າຍFຈະຕັດສີນໃຈ ຫ່າງເມຍໄປ ແຕ່ງດອງກັບສາວນ້ອຍ ນັ້ນ …ແມ່ນຄຶດຜີດ ອ້າຍເອີຍ ! ຖາມໃຜ ເຂົາກໍຕອບວ່າຜິດ ບໍ່ຈໍາເປັນຕ້ອງອະທິບາຍ ແລະ ສາວນ້ອຍທີ່ອ້າຍອຸດໜູນ ເຂົາກໍ່ບອກ ແລ້ວ ວ່າ “ເລີກກັນ”ຖ້າອ້າຍFຝືນປະຕິບັດ ອ້າຍຮູ້ບໍ່ວ່າ ອະນາຄົດ ຈະເປັນແນວໃດ ແມ່ນແຕ່ເວລານີ້ ກໍ່ຖຶກປະຕິເສດແລ້ວ ແລະ ສາວນ້ອຍຄົນນັ້ນ ກໍເປັນຄົນ ທີ່ເຂົ້າໃຈ ວ່າອ້າຍFມີເມຍ ບໍ່ຢາກທໍາລາຍຄອບຄົວອ້າຍ ສີ່ງທີ່ ຜ່ານມາແມ່ນ ເປັນການແລກປ່ຽນກັບ ລະຫວ່າງການລ້ຽງດູຂອງອ້າຍ ແລະ ສະໜອງ ຄວາມຕ້ອງການທາງເພດຂອງສາວນ້ອຍຄົນນັ້ນ
ຊັດເຈນທີ່ສຸດ ຊອກຫາຄໍາທີ່ຊັດເຈນກວ່ານີ້ ບໍ່ມີອີກ ແລ້ວ ຂໍໂທດນໍາຜູ້ອ່ານ ເນີ ທີ່ເວົ້າບໍ່ສຸພາບ ແຕ່ມັນກໍເປັນຄວາມຈິງ ເນາະ
ເອົາລະສະບັບນີ້ ເອົາເທົ່ານີ້ກ່ອນ ເນີ ສະບັບໜ້າອ່ານ ຄວາມຮັກແປກໆ ຂອງສາວຄົນໜື່ງ ຢ່າລືມຕິດຕາມເນີ !
Comment(01)
Leave a Reply
You must be logged in to post a comment.
ອາຍຸສູງແລ້ວເປັນຫຍັງຄືຕ້ອງການມີເພດສຳພັນອີກ??