ໂຄງການ IBS Lao (Inclusive Business Solution) ເປັນໂຄງການທີ່ໄດ້ຮັບການສະໜັບສະໜຸນຈາກອົງການຮ່ວມມືສາກົນ ສ.ເກົາຫຼີ (ອົງການ KOICA) ເຊິ່ງໄດ້ເລີ່ມຕົ້ນຂຶ້ນມາແຕ່ປີ 2020 ຈົນເຖິງປີ 2022 ເປັນເວລາ 3 ປີ ພາຍໃຕ້ການຮ່ວມມືຂອງສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ, ອົງການ KOICA ແລະ ບໍລິສັດ ໂຊລູເທັກ ສ. ເກົາຫຼີໂດຍມີຊື່ໂຄງການວ່າ “ໂຄງການນຳໃຊ້ສູນໄອທີສູນກາງຊາວໜຸ່ມ ເພື່ອການມີວຽກເຮັດງານທຳ ແລະ ມີຄວາມຍືນຍົງ”
ໃນປີ 2019, ສູນໄອທີ ສູນກາງຊາວໜຸ່ມໄດ້ເປີດນຳໃຊ້ຢ່າງເປັນທາງການໂດຍໄດ້ຮັບການຊ່ວຍເຫຼືອຈາກອົງການ KOICA, ພາຍຫຼັງທີ່ໄດ້ສ້າງສູນດັ່ງກ່າວ ແມ່ນພວກເຮົາໄດ້ມີການດໍາເນີນໂຄງການ IBS ຕໍ່ເພື່ອສ້າງຄວາມເຂັ້ມແຂງ ແລະ ໃຫ້ເກີດມີກິດຈະກຳຕ່າງໆຂຶ້ນໂດຍແນໃສ່ການພັດທະນາທັກສະຂອງໄວໜຸ່ມໃນຍຸກປະຈຸບັນໃຫ້ສາມາດນຳໃຊ້ໄອທີເຂົ້າໃນວຽກງານໄດ້ ເຊິ່ງພວກເຮົາຈະມີກິດຈະກຳການຝຶກອົບຮົມຕ່າງໆໃຫ້ແກ່ບຸກຄົນທີ່ສົນໃຈ ໄດ້ເຂົ້າມານຳໃຊ້ສູນໄອທີ.
ໃນຕະຫຼອດໄລຍະໂຄງການທີ່ຜ່ານມາ ສູນໄອທີໄດ້ສຳເລັດໃນຫຼາຍກິດຈະກຳໂດຍເນັ້ນໃສ່ໄວໜຸ່ມທີ່ມີຄວາມສົນໃຈທາງດ້ານເຕັກໂນໂລຊີ ໄດ້ມີສ່ວນຮ່ວມໃນໂຄງການຂອງພວກເຮົາ ເຊິ່ງຫຼັກໆຈະປະກອບມີກິດຈະກຳດັ່ງນີ້:
– ການຝຶກອົບຮົມພື້ນຖານຄອມພິວເຕີ ສຳລັບຜູ້ທີ່ບໍ່ມີພື້ນຖານທາງດ້ານໄອທີມາກ່ອນ
– ການພັດທະນາເວັບແອັບພລິເຄຊັ່ນ
– ພື້ນຖານ Microsoft Office
– ພື້ນຖານການອອກແບບ (Adobe Photoshop, Adobe Illustrator)
– ການຕັດຕໍ່ວິດີໂອຂັ້ນພື້ນຖານ
– ການແຕ້ມຮູບກາຕູນ
– ການອອກແບບຖານຂໍ້ມູນ (MySQL)
– ການຝຶກອົບຮົມຫຼັກສູດໃບຢັ້ງຢືນ RHCSA (Red Hat Certified System Administrator) ສຳລັບຊ່ຽວຊານ
– ການນຳໃຊ້ສະຕູດິໂອເພື່ອຖ່າຍທຳລາຍການ, ສື່ໂຄສະນາຕ່າງໆ
– ຫຼັກສູດພື້ນຖານພາສາຕ່າງປະເທດ(ພາສາຈີນ, ພາສາເກົາຫຼີ) ແລະ ພາສາອັງກິດສຳລັບທຸລະກິດ
– ການສ້າງເນື້ອຫາ ແລະ ສື່ການຮຽນການສອນແບບອອນລາຍ
– ການແຂ່ງຂັນພັດທະນາແອັບພລິເຄຊັ່ນເທິງໂທລະສັບມືຖື ແລະ ເທັກສະຕາດອັບ
– ການຊ່ວຍເຫຼືອໃຫ້ແກ່ຄົນກຸ່ມນ້ອຍ.
ໃນສູນໄອທີປະກອບດ້ວຍຫ້ອງປະຕິບັດການຄອມພິວເຕີທັງໝົດ 5 ຫ້ອງ, ຫ້ອງສະໝຸດ 1 ຫ້ອງ ແລະ ຮ້ານກາເຟໄວ້ໃຫ້ບໍລິການແກ່ຜູ້ທີ່ມາຢ້ຽມຢາມສູນຂອງພວກເຮົາ. ຢ່າລືມຕິດຕາມ ຂໍ້ມູນຂ່າວສານສຳລັບກິດຈະກຳການຝຶກອົບຮົມຕ່າງໆສຳລັບຜູ້ທີ່ສົນໃຈ
Facebook:
https://www.facebook.com/NoumsaoInnoTech
https://www.facebook.com/SolutekSystemLao
ເບີໂທລະສັບ:
020 55827802 (Solutek System Lao)
021 417285-6 (Lao youth Union)